ເວັບໄຊສ໌ສະແດງຂໍ້ມູນການຕິດເຊື້ອໃນລາວ
(ແບບບໍ່ເປັນທາງການ)

ເວັບໄຊສ໌ສະແດງຂໍ້ມູນການຕິດເຊື້ອພະຍາດໂຄວິດ-19 ຢູ່ໃນ ສປປ ລາວ
ໂດຍ ICTLao Software Solution

• ກ່ຽວກັບເວັບໄຊສ໌

  ຈຸດປະສົງຂອງເວັບໄຊສ໌ນີ້ ແມ່ນ ການນໍາໃຊ້ຂໍ້ມູນທີ່ປະກາດເປັນທາງການຢູ່ ເພສສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ (@CIEH.MoH.Lao), ແລະ ເວັບໄຊສ໌ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 (covid19.gov.la) ມາສະແດງເປັນເສັ້ນສະແດງ ແລະ ແຜນທີ່ເພື່ອເຮັດໃຫ້ເຂົ້າໃຈງ່າຍ. ສາມາດເບິ່ງເຫັນໃນເຄື່ອງໂທລະສັບມືຖື ແລະ ຄອມພີວເຕີຕ່າງໆໄດ້, ສາມາດເຂົ້າເຖິງຂໍ້ມູນໃນຮູບແບບເສັ້ນສະແດງຈຳນວນຜູ່ຕິດເຊື້ອ,ຈຳນວນຜູ່ປິ່ນປົວຫາຍດີ, ຈໍານວນຜູ່ເສຍຊີວິດ ລາຍວັນ ແລະ ສະສົມ, ພ້ອມດຽວກັນນັ້ນການນໍາໃຊ້ google map ເພື່ອສະແດງໃຫ້ເຫັນບ້ານທີ່ຖຶກກໍານົດເປັນເຂດແດງ ເຂດເຫຼືອງ ແລະ ເຂດຂຽວໃນນະຄອນຫຼວງເທິງແຜນທີ່ ຈະເປັນການສະດວກໃຫ້ຜູ້ໃຊ້ງານ ສາມາດກວດສອບເຂດບ້ານຕ່າງໆ.

  ເວັບໄຊສ໌ນີ້ ເປັນເວັບໄຊສ໌ທີ່ທາງບໍລິສັດ ICTLao Software Solution Sole Co., Ltd. ເປັນຜູ່ພັດທະນາຂຶ້ນໃນນາມເປັນບໍລິສັດໄອທີຢູ່ ສປປ ລາວ ທີ່ຢາກປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາປະເທດຊາດ, ກໍ່ຄືການນໍາສະເໜີຂໍ້ມູນໃຫ້ເຂົ້າໃຈງ່າຍ. ເວັບໄຊສ໌ນີ້ ບໍ່ໄດ້ແມ່ນເວັບໄຊສ໌ທີ່ເປັນທາງການ ເຊິ່ງຖືກພັດທະນາຂຶ້ນມາເພື່ອເປັນອີກທາງເລືອກໃນການນໍາໃຊ້ເພື່ອຊອກຫາຂໍ້ມູນ ກ່ຽວກັບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ, ການນໍາສະເໜີຂໍ້ມູນໃນເວັບໄຊສ໌ນີ້ ແມ່ນນໍາໃຊ້ຂໍ້ມູນທີ່ປະກາດຢ່າງເປັນທາງການຜ່ານເພສສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ເຊິ່ງທາງບໍລິສັດພວກເຮົາບໍ່ໄດ້ມີຄວາມຮັບຜິດຊອບໃດ ເມື່ອມີບຸກຄົນ ຫຼື ນິຕິບຸຄົນເອົາຂໍ້ມູນຕ່າງໆຂອງພວກເຮົາໄປເຜີຍແຜ່ໃນທາງທີ່ຜິດກົດໝາຍຂອງ ສປປ ລາວ.

• ຈຳນວນຜູ່ຕິດເຊື້ອ

• ຈຳນວນຜູ່ປິ່ນປົວຫາຍດີ (ຮອດວັນທີ26/06/2021)

• ຈຳນວນຜູ່ເສຍຊີວິດ

• ຈຳນວນຜູ່ກຳລັງນອນປິ່ນປົວ

• ແຜນທີ່ບ້ານເຂດແດງ

   ການສະແດງບ້ານເຂດແດງໃນນະຄອນຫຼວງເທິງ ແຜນທີ່ແມ່ນອີງຈາກຂໍ້ມູນທີ່ປະກາດເທິງເພສສູນຂ່າວສານການແພດສຸຂະສຶກສາ ສ່ວນບ້ານເຫຼືອງ ທີ່ສະແດງໃນເບື້ອງຕົ້ນຈະເປັນບ້ານທີ່ມີຊາຍແດນຕິດກັບບ້ານແດງ ໃນກໍລະນີທີ່ມີການປະກາດບ້ານເຫຼືອງໃນເພສ ຈະມີການອັບເດດຕື່ມຕ່າງຫາກ.

ໝາຍເຫດ:
– ຂໍ້ມູນເຂດບ້ານອາດຈະບໍ່ຖືກຕ້ອງກັບຕົວຈິງ ເນື່ອງຈາກເປັນຂໍ້ມູນເກົ່າ ຍັງຕ້ອງລໍຖ້າການອັບເດດ.
– ສາມາດເບິ່ງສະຖານທີ່ປັດຈຸບັນດ້ວຍການເປີດເບິ່ງແຜນທີ່ຂະໜາດໃຫຍ່ຢູ່ມຸມເທິງສຸດຂວາມືຂອງແຜນທີ່.

• ຈຸດຮັບວັກຊີນປ້ອງກັນໂຄວິດ-19

    ຈຸດຮັບວັກຊີນ ຊີໂນຟາມ (Sinopharm) ເຂັມທີ 1 ຮອບທີ 2 ເລີ່ມວັນທີ 15-25 ມິຖຸນາ 2021
    ເມືອງ ສະຖານທີ່ ແຜນທີ່
    ເມືອງຈັນທະບູລີ ໂຮງໝໍເມືອງຈັນທະບູລີ ແຜນທີ່
    ເມືອງສີໂຄດຕະບອງ ໂຮງໝໍເມືອງສີໂຄດຕະບອງ ແຜນທີ່
    ມ.ຕ ສີໄຄ ແຜນທີ່
    ເມືອງໄຊເສດຖາ ມ.ສ ມິດຕະພາບລາວຫວຽດ ແຜນທີ່
    ສູນການຄ້າລາວ-ໄອເຕັກ ແຜນທີ່
    ເມືອງສີສັດຕະນາກ ສະໜາມກິລາບຶງຂະຫຍອງ ແຜນທີ່
    ເມືອງນາຊາຍທອງ ໂຮງໝໍນ້ອຍອີໄລ ແຜນທີ່
    ໂຮງໝໍນ້ອຍບ້ານບົວ ແຜນທີ່
    ເມືອງໄຊທານີ ໂຮງໝໍເມືອງໄຊທານີ ແຜນທີ່
    ໂຮງໝໍນ້ອຍໂຄກສີວິໄລ
    ເມືອງຫາດຊາຍຟອງ ໂຮງໝໍເມືອງຫາດຊາຍຟອງ ແຜນທີ່
    ເມືອງສັງທອງ ຫ້ອງການສາທາເມືອງສັງທອງ ແຜນທີ່
    ໂຮງໝໍນ້ອຍປາກຕອນ
    ເມືອງປາກງື່ມ ໂຮງໝໍເມືອງປາກງື່ມ ແຜນທີ່
    ຈຸດຮັບວັກຊີນ ອາສຕຣາ ເຊເນກາ (Astra Zeneca) ເຂັມທີ 2 ເລີ່ມວັນທີ 15-25 ມິຖຸນາ 2021
    ເມືອງ ສະຖານທີ່ ແຜນທີ່
    ເມືອງຈັນທະບູລີ ໂຮງໝໍເມືອງຈັນທະບູລີ ແຜນທີ່
    ເມືອງສີໂຄດຕະບອງ ໂຮງໝໍເມືອງສີໂຄດຕະບອງ ແຜນທີ່
    ມ.ຕ ສີໄຄ ແຜນທີ່
    ເມືອງໄຊເສດຖາ ມ.ສ ມິດຕະພາບລາວຫວຽດ ແຜນທີ່
    ສູນການຄ້າລາວ-ໄອເຕັກ ແຜນທີ່
    ເມືອງສີສັດຕະນາກ ສະໜາມກິລາບຶງຂະຫຍອງ ແຜນທີ່
    ເມືອງນາຊາຍທອງ ໂຮງໝໍນ້ອຍອີໄລ ແຜນທີ່
    ໂຮງໝໍນ້ອຍບ້ານບົວ ແຜນທີ່
    ເມືອງໄຊທານີ ໂຮງໝໍເມືອງໄຊທານີ ແຜນທີ່
    ໂຮງໝໍນ້ອຍໂຄກສີວິໄລ
    ໂຮງໝໍນ້ອຍ ຫຼື ສຸກສາລານາໂງນ
    ໂຮງໝໍນ້ອຍ ຫຼື ສຸກສາລາຕານມີໄຊ
    ໂຮງໝໍນ້ອຍ ຫຼື ສຸກສາລາຫາດກ້ຽງ
    ໂຮງໝໍນ້ອຍ ຫຼື ສຸກສາລານາສາລາ
    ເມືອງຫາດຊາຍຟອງ ໂຮງໝໍເມືອງຫາດຊາຍຟອງ ແຜນທີ່
    ເມືອງສັງທອງ ຫ້ອງການສາທາເມືອງສັງທອງ ແຜນທີ່
    ໂຮງໝໍນ້ອຍປາກຕອນ
    ເມືອງປາກງື່ມ ໂຮງໝໍເມືອງປາກງື່ມ ແຜນທີ່
    ຈຸດຮັບວັກຊີນ ໄຟເຊີ (Pfizer) ເຂັມທີ 1 ເລີ່ມວັນທີ 15-25 ມິຖຸນາ 2021
    ເມືອງ ສະຖານທີ່ ແຜນທີ່
    ເມືອງຈັນທະບູລີ ສະໂມສອນປົກຄອງເມືອງຈັນທະບູລີ ແຜນທີ່
    ເມືອງສີໂຄດຕະບອງ ສະໂມສອນປົກຄອງເມືອງສີໂຄດຕະບອງ ແຜນທີ່
    ເມືອງໄຊເສດຖາ ໂຮງໝໍເມືອງໄຊເສດຖາ ແຜນທີ່
    ສູນການຄ້າລາວ-ໄອເຕັກ ແຜນທີ່
    ເມືອງສີສັດຕະນາກ ໂຮງໝໍເມືອງສີສັດຕະນາກ ແຜນທີ່
    ເມືອງນາຊາຍທອງ ໂຮງໝໍເມືອງນາຊາຍທອງ ແຜນທີ່
    ເມືອງໄຊທານີ ສະໂມສອນປົກຄອງເມືອງໄຊທານີ ແຜນທີ່
    ເມືອງຫາດຊາຍຟອງ ໂຮງໝໍເມືອງຫາດຊາຍຟອງ ແຜນທີ່
    ເມືອງສັງທອງ ໂຮງໝໍເມືອງສັງທອງ ແຜນທີ່
    ໂຮງໝໍນ້ອຍປາກຕອນ
    ເມືອງປາກງື່ມ ໂຮງໝໍເມືອງປາກງື່ມ ແຜນທີ່

ໝາຍເຫດ:
– ສະຖານທີ່ອາດມີການຜິດດ່ຽງຈາກຕົວຈິງ ກະລຸນາກວດສອບຄືນກ່ອນນຳໃຊ້.
– ບາງສະຖານທີ່ບໍ່ມີຂໍ້ມູນຕຳແໜ່ງທີ່ຊັດເຈນ ບໍ່ສາມາດປັກຈຸດທີ່ແນ່ນອນໄດ້.